ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນ​ເດຍ ສຳເລັດ​ການ​ທົດ​ລອງ​ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ


ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ Agni Prime

     ຂ່າວສານ​ຫວຽດນາມ​ໃຫ້​ຮູ້ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ອິນ​ເດຍ ປະສົບ​ຜົນສຳເລັດ​ໃນ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ Agni Prime.
ການ​ທົດ​ລອງ​ຈັດ​ຂຶ້ນ​ທີ່​ເກາະ Abdul Kalam, ນອກ​ຝັ່ງ​ລັດ Odisha ຂອງ​ປະເທດ. ແຫຼ່ງ​ຂ່າວ​ໃຫ້​ຮູ້​ວ່າ: ລູກ​ສອນ​ໄຟ Agni Prime ໄດ້​
ບັນລຸ​ເປົ້າ​ໝາຍ​ທັງ​ໝົດ​ຂອງ​ການ​ທົດ​ສອບ​ທາງ​ດ້ານ​ເຕັກນິກ ​ແລະ​ ຄວາມ​ແຮງ. ຈາກ​ການ​ທົດ​ລອງ 3 ຄັ້ງ​ ຕິດຕໍ່​ກັນເຫັນ​ວ່າ: ອິນ​ເດຍ ປະສົບ​
ຜົນສຳເລັດ. ລູກ​ສອນ​ໄຟ ໄດ້​​ໄປບິນ​ຕາມ​ເສັ້ນທາງ​ຖືກ​ກຳນົດ ແລະ​ຕິດຕາມ​ດ້ວຍ ຣາ​ດາ ພ້ອມ​ດ້ວຍ​ອຸປະກອນ telemetry ຕິດ​ຕັ້ງ​ ຢູ່​ຕາມ​
ຈຸດ​ຕ່າງໆ.

     ການ​ທົດ​ລອງ​ລູກ​ສອນ​ໄຟ​ ຂີ​ປະ​ນາ​ວຸດ Agni Prime ຄັ້ງ​ທຳ​ອິດ​ໄດ້​ເລີ່ມ​ຂຶ້ນ​ໃນ​ເດືອນມິຖຸນາ 2021 ແລະ ​ຄັ້ງ​ທີ​ສອງ​ໃນ​ເດືອນ​ທັນວາ
2021. ທັງ​ສອງ​ຄັ້ງ, ລູກ​ສອນ​ໄຟ​ໄດ້​ດຳເນີນ​ໄປ​ຕາມ​ເສັ້ນທາງ​ທີ່​ກຳນົດ ແລະ​ ຖືກ​ເປົ້າໝາຍ​ທັງ​ໝົດ​ດ້ວຍ​ຄວາມ​ແມ່ນ​ຢຳ​ສູງ. Agni Prime,
ເອີ້ນ​ສັ້ນໆ​ວ່າ: Agni-P, ແມ່ນ​ລຸ້ນ​ໃໝ່​ທີ່​ກ້າວໜ້າ​ຂອງ​ຕະກຸນ​ລູກ​ສອນ​ໄຟ​ປະເພດ Agni, ມີ​ຄວາມ​ສາມາດ​ບັນທຸກ​ຫົວ​ຮົບ​ນິວ​ເຄລຍ​ໄດ້​
ອີກ​ດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/03/2024